ພາລະກິດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ

ມໍລະດົກໃນເຄິ່ງສັດຕະວັດ

ສະພາມົນຕີ

ຄະນະກຳມະການຮ່ວມ

ກອງເລຂາຄະນະກຳມາທິການ ແມ່ນ້ຳຂອງສາກົນ

ຄະນະກຳມາການ ແມ່ນ້ຳຂອງແຫ່່ງຊາດ

ກອງເລຂາ ຄະນະກຳມາການ ແມ່ນ້ຳຂອງແຫ່່ງຊາດ

 

ພາລະກິດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ

ເພື່ອສົ່ງເສີມ ແລະປະສານງານ ການຄຸ້ມຄອງ ແລະການຳພັດທະນາ ແຫຼ່ງນ້ຳ ແລະ ຊັບພະຍາກອນ ທີ່ກ່ຽວຂ້ອງແບບຍືນຍົງ ເພື່ອຜົນປະໂຫຍດ ຂອງບັນດາປະເທດສະມາຊິກ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນໂດຍການຈັດຕັ້ງປະຕິບັດ ບັນດາແຜນງານຍຸດທະສາດ ແລະ ກິດຈະກຳ ແລະ ສະໜອງຂໍ້ມູນຂ່າວສານ ດ້ານວິທະຍາສາດ ແລະຄຳແນະນຳດ້ານນະໂຍບາຍ.

ມໍລະດົກໃນເຄິ່ງສັດຕະວັດ

ຄະນະກຳມາທິການ ແມ່ນ້ຳຂອງແຫ່່ງສາກົນ ເລີ່ມເປັນ ຄະນະກຳມາທິການແມ່ນ້ຳຂອງ ໃນປີ 1957 ແລະກາຍເປັນ ຄະນະກຳມະການຊົ່ວຄາວ ເພື່ອ…ສຳຫຼວດ ເຂດແມ່ນ້ຳຂອງຕອນລຸ່ມ ໃນປີ 1978. ໃນປີ 1995 ສີ່ປະເທດທີ່ຢູ່ຕາມແມ່ນ້ຳຂອງຕອນລຸ່ມ ໄດ້ເຊັນສັນຍາຂໍ້ຕົກລົງ ວ່າດ້ວຍ ການຮ່ວມມື ເພື່ອການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ. ດັ່ງນັ້ນ, ຈຶ່ງໄດ້ສ້າງຕັ້ງ ຄະນະກຳມາທິການແມ່ນ້ຳຂອງສາກົນຂຶ້ນ (MRC). ຄະນະກຳມາທິການແມ່ນ້ຳຂອງສາກົນ ປະກອບມີ: ສະພາມົນຕີ, ຄະນະກຳມະທິການຮ່ວມ ແລະກອງເລຂາ. ປະເທດສະມາຊິກ ໄດ້ສ້າງຕັ້ງ ຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດຂຶ້ນ ເພຶ່ອສະໜັບສະໜູນ ພາລະກິດ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.

ສະພາມົນຕີ

ປະກອບມີ ສະມາຊິກທັງໝົດ 4 ທ່ານ, 1 ທ່ານທີ່ມາຈາກແຕ່ລະປະເທດ ແລະຢູ່ໃນຂັ້ນ ລັດຖະມົນຕີ ຫຼືສະມາຊິກສະພາ. ສະພາມົນຕີໄດ້ຮ່່າງນະໂຍບາຍ, ຕັດສິນບັນຫາ ແລະສະໜອງ ທິດທາງທີ່ຈຳເປັນອື່ນໆ ທີ່ກ່ຽວຂ້ອງກັບການສົ່ງເສີມ, ສະໜັບສະໜູນ, ການຮ່ວມມື ແລະການປະ ສານງານກິດຈະກຳ ແລະແຜນງານຮ່ວມກັນ ເພື່ອຈັດຕັ້ງປະຕິບັດ ຂໍ້ຕົກລົງ ປິ 1995.

ຄະນະກຳມະການຮ່ວມ

ປະກອບມີສະມາຊິກ 4 ທ່ານ, 1 ທ່ານຈາກແຕ່ລະປະເທດ ທີ່ມີຂັ້ນບໍ່ຕ່ຳກວ່າຫົວໜ້າກົມ. ຄະນະກຳມະການຮ່ວມຈັດ ຕັ້ງປະຕິບັດບັນດານະໂຍບາຍ ແລະຂໍ້ຕົກລົງຂອງສະພາມົນຕີ ພ້ອມທັງຊີ້ນຳກິດຈະກຳຕ່າງໆ ຂອງກອງເລຂາ ຄະນະກຳມະທິການ ແມ່ນ້ຳຂອງສາກົນ.

ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ

ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ສະໜອງການບໍລິການ ດ້ານວິຊາການ ແລະການບໍລິຫານ ໃຫ້ແກ່ ສະພາມົນຕີ ແລະ ຄະນະກຳມະການຮ່ວມ. ພາຍໃຕ້ການຊີ້ນຳ ຂອງຄະນະກຳມາທິການຮ່ວມ, ຫົວໜ້າບໍລິຫານງານ ຂອງກອງເລຂາ ແມ່ນຮັບຜິດຊອບ ຕໍ່ການປະຕິບັດງານປະຈຳວັນ ຂອງພະນັກງານທົ່ວໄປ ຫຼາຍກວ່າ 100 ຄົນ. ຄູ່ຮ່ວມຕົ້ນຕໍ ໃນການດຳເນີນກິດຈະກຳຕ່າງໆ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ໃນ 4 ປະເທດສະ ມາຊິກ ແມ່ນຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດ.

ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ

ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ສະໜອງຄວາມຕ້ອງການ ຂອງສະພາແຫ່ງຊາດ ແລະ ສະມາຊິກຄະນະກຳມະການຮ່ວມ ຂອງແຕ່ລະປະເທດ. ເປົ້າໝາຍລວມ ແມ່ນເພື່ອເພີ່ມຄວາມເຂັ້ມ ແຂງ ໃນການຮ່ວມມື ເພື່ອສະໜອງ ການເຊື່ອມຕໍ່ ລະຫວ່າງ ຄະນະກຳມາທິການແມ່ນ້ຳຂອງ ສາກົນ ກັບລັດຖະບານແຫ່ງຊາດ ແລະເພື່ອການປະສານງານ ໃນກິດຈະກຳຕ່າງໆ ທ່ີກ່ຽວພັນກັບ ຄະນະກຳມາທິການແມ່ນ້ຳຂອງ ສາກົນ ຢູ່ໃນລະດັບຊາດ. ໂຄງຮ່່າງການຈັດຕັ້ງ ແລະ ສ່ວນປະ ກອບ ຂອງ ຄະນະກຳມະການແມ່ນ້ຳຂອງ ແຫ່ງຊາດ ແມ່ນແຕກຕ່າງກັນຈາກປະເທດໜຶ່ງ ຫາ ປະເທດໜຶ່ງ. ແຕ່ລະ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໄດ້ຮັບການສະໜັບສະໜູນ ຈາກກອງເລຂາ.

ກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ

ກອງເລຂາ ແມ່ນຜູ້ສະໜັບສະໜູນ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ໂດຍຊ່ວຍເຫຼືອ ໃນການກຳນົດສ້າງ ແລະປະສານແຜນງານຕ່າງໆ ຄະນະກຳມາທິການແມ່ນ້ຳຂອງ ສາກົນ, ຊ່ວຍເຫຼືອງານສາຍຕັ້ງ ຂອງລັດ ໃນບັນດາກິດຈະກຳ ທ່ີກ່ຽວກັບ ຄະນະກຳມາທິການແມ່ນ້ຳຂອງ ສາກົນ ແລະອຳນວຍຄວາມສະດວກ ໃນການກະກຽມ ເຄື່ອນໄຫວສາກົນຕ່າງໆ ເຊິ່ງລວມເຖິງ ກອງປະຊຸມຕ່າງໆ ຂອງຄະນະກຳມະການຮ່ວມ ແລະສະພາມົນຕີ...

 


Member of the MRC Council for Lao PDR

H.E. Mme Bounkham Vorachit
Minister of the Ministry of Natural Resources and Environment 
Chairperson of Lao National Mekong Committee
Member of the MRC Council for the Lao PDR 

Member of the MRC Joint Committee for Lao PDR

Mr Phonepaseuth Phouliphanh
Secretary General
Lao National Mekong Committee Secretariat
Member of the MRC Joint Committee for Lao PDR

Lao National Mekong Committee

The Lao National Mekong Committee is the main counterpart for MRC activities in Lao PDR.
Ministry of Natural Resources and Environment 

01010, Dongnaxok-Nongbeuk Road, Sikhottabong District, Vientiane Capital, Lao PDR.
Email: laonmcs@gmail.com; laonmcs@hotmail.com